ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານຜະລິດກະສິກຳປະຈຳ 6 ເດືອນຕົ້ນປີ 2023


ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກຳ ກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນ ທີ 7 ສິງຫາ 2023 ນີ້, ກົມຜະລິດກະສິກຳ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຜະລິດກະສິກຳປະ
ຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ 6 ເດືອນທ້າຍ ປີ 2023, ຢູ່ກຸ່ມຜະລິດກະສິກຳຄົບວົງຈອນ ເລກ 1 ກອງທັບ, ໂດຍການເປັນ
ປະທານຂອງ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າ ກົມຜະລິດກະສິກຳ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນ
ຊາ ກຸ່ມຜະລິດກະສິກຳ ຄົບວົງຈອນ ເລກ 1, ກອງຜະລິດກະສິກຳ ເລກ 2, ກອງຜະລິດກະສິກຳ ເລກ 3, ກອງຜະລິດ ກະສິກຳເລກ 6, ກອງລ້ຽງ
ສັດໃຫຍ່ເລກ 4, ກອງລ້ຽງສັດໃຫຍ່ເລກ 5, ໂຄງການ 0137 ຜາເຈຍ, ພະແນກ-ຂະແໜງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ເມກທັນວາ ວິຣະຈິດ ຮອງຫົວໜ້າ ກົມຜະລິດກະສິກຳ ກົມໃຫຍ່ພະລາທິການ ກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຜະ
ລິດກະສິກຳປະຈຳ 6 ເດືອນ ຕົ້ນປີ 2023, ຕີລາຄາສະພາບລວມ ຂອງບັນດາກົມກອງ ຕໍ່ວຽກງານຜະລິດກະສິກຳ, ເຊິ່ງຄະນະພັກ-ຄະນະບັນຊາ
ກົມຜະລິດກະສິກຳ ໄດ້ເປັນເຈົ້າ ການຊີ້ນຳ-ນຳພາ, ຊຸກຍູ້ດ້ານວິຊາການຜະລິດກະສິກຳ ແລະ ກວດກາແກ້ໄຂບັນຫາ ສິ່ງຫຍໍ້ທໍ້ຕ່າງໆ ໄດ້ຢ່າງທັນ
ການເຮັດໃຫ້ວຽກງານການຜະລິດກະສິກຳ ຢູ່ແຕ່ລະຫົວໜ່ວຍກົມກອງ ມີທ່າກ້າວຂະຫຍາຍຕົວດີຂຶ້ນເປັນ ກ້າວໆ; ໄດ້ຖືເອົາວຽກງານຫັນລົງຮາກ
ຖານບັນດາກົມກອງເປັນວຽກງານໜຶ່ງທີ່ສຳຄັນ, ເພື່ອແນໃສ່ສຶກສາ ອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມ ກຳແໜ້ນ ຕໍ່
ແນວທາງນະໂຍບາຍ ຂອງພັກ ແລະ ປະຕິບັດທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ ກົມໃຫຍ່ ພະລາທິການ
ກອງທັບວາງອອກ; ຕໍ່ວຽກງານຜະລິດກະສິກຳໃນໄລຍະ 6 ເດືອນຜ່ານມາ, ເຫັນວ່າແຕ່ລະກົມ ກອງທີ່ຂຶ້ນກັບ ກົມຜະລິດກະສິກຳ ກົມໃຫຍ່ພະ
ລາທິການກອງທັບ ສາມາດສ້າງລາຍຮັບໄດ້ຕາມແຜນການຕົວ ເລກທີ່ຂັ້ນເທິງວາງໄວ້; ພ້ອມດຽວກັນນັ້ນ, ກໍໄດ້ເອົາໃຈໃສ່ທຳການຜະລິດ ເພື່ອແກ້
ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຂອງຕົນນັບມື້ດີຂຶ້ນເລື້ອຍໆ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະ
ກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ, ເພື່ອພ້ອມກັນເສີມຂະ ຫຍາຍດ້ານດີ ແລະ ຊອກວິທີການປັບປຸງແກ້ໄຂ
ບາງວຽກງານທີ່ຍັງຄົງຄ້າງ ເພື່ອໃຫ້ແທດເໝາະກັບແຕ່ລະເປົ້າ ໝາຍຂອງໜ້າທີ່ວຽກງານວິຊາສະເພາະ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ ຂົງເຂດວຽກງານການຜະລິດກະສິກຳ,
ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຈະຕ້ອງໄດ້ສືບຕໍ່ຜັນ ຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງ
ກັນປະເທດ ວາງອອກ, ບົນ ຈິດໃຈ ບຸກທະລຸ ໃນແຜນງານໃຫຍ່ທີ 3 ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳ
ພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງເຂັ້ມ ແຂງດ້ວຍຕົນເອງ, ສຸມໃສ່ຊຸກຍູ້ບັນດາ ກົມກອງ
ໃຫ້ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີ ເພື່ອທຳການຜະລິດແກ້ໄຂ ຊີວິດການເປັນຢູ່ ໃຫ້ມີການຮັບປະກັນດີ, ປັບປຸງສະຖານທີ່ຄ້າຍຄູໃຫ້ມີຄວາມແໜ້ນ
ໜາຖາວອນ, ເອົາໃຈໃສ່ ກໍ່ສ້າງພະນັກງານຖັນແຖວເຫຼົ່າຮົບ ຜະລິດກະສິກຳ ໃຫ້ພຽງພໍທາງດ້ານຈຳນວນ ແລະ ຮັບປະກັນຄຸນນະພາບ ສູງ ພ້ອມກັນ
ນັ້ນ, ກໍຕ້ອງເອົາໃຈໃສ່ຄຸ້ມຄອງປົກປັກຮັກສາສັດລ້ຽງແຕ່ລະປະເພດ ແລະ ພື້ນຖານວັດຖຸສ່ວນ ລວມຂອງການຜະລິດກະສິກຳ, ບົນຈິດໃຈປະຢັດ ສັດ
ທ່ຽງ ແລະ ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ມີຜົນສຳເລັດຈົບງາມ.


ວັນທີ 08/08/2023